ອວ່ຍພອນວຽງຈັນ 450 ປີ
ແຕ່ງໂດຍ = ຂ.ບຸດວິເສດ

I- ວຽງຈັນວັນນີ້ ເປັນວັນເກີດເຈົ້າ
ປະຊາທຸກເຜົ່າ ມາເຕົ້າເພື່ອຮ່ວມອວ່ຍໃຊ
ຂ໌ວຽງສຸກຂີ ຢ່າມີໂພຍໃພມາໃກ້
ສັດຕູຫມູ່ມານໃດໆ ຂ໌ຈົ່ງຫ່າງໃກ ໄປຈາກວຽງຈັນ
II-ປະຊາຂ໌ເທີດທູນ ພະເຈົ້າໃຊຍະເສດຖາທິລາດ
ອົງປີຼຊາສາມາດ ນຳລາວທັງຊາດ ສ້າງຕັ້ງວຽງຈັນ
ເຮົາລູກລາວຫຼານລາວ ຂ໌ໂຮມແຮງກັນ
ຂະຫຍັນບຸກບັນ ຈະສ້າງສາວຽງຈັນໃຫ້ຮຸ່ງເຮືອງສີວິໃລ
R- ວຽງຈັນຂ໌ຈົ່ງ ຍືນຍົງຄູ່ຟ້າ
ວັນນີ້ປະຊາທົ່ວໜ້າ ມາລອ້ມເພື່ອພອ້ມອວ່ຍໃຊ
ຂ໌ໃຫ້ວຽງໂຊກດີ ຢ່າມີສັດຕູມາໃກ້
ປະຊາມາເຄົາຣົບນົບໃຫ້ວ ໃນວັນຄົບຮອບ 450 ປີ
III-ຂ໌ຈົ່ງຢູ່ສຸກຂີ ນະຄອນຫຼວງວຽງຈັນຂອງລາວ
ຂ໌ໃຫ້ວຽງຈັນກ້າວ ເປັນເມືອງເອກອຸດົມຮັ່ງມີ
ພຽບພອ້ມໄປດວ້ຍນ້ຳໃຈ ແລະຂະນົບທຳນຽມປະເພນີ
ຕາບຊົ່ວຊີວິດນີ້ ຂ້າຂ໌ມອບໃຫ້ແຕ່ນະຄອນຫຼວງວຽງຈັນ
ຄິດເຖີງເມືອງລາວ
ແຕ່ງໂດຍ = ຂ.ບຸດວິເສດ
I-ຄິດເຖີງເມືອງລາວ ຫົວໃຈປວດລ້າວ
ຄິດເຖີງຕ່ອນຄັ້ງຄາວ ເຮົາເຄີຍໄດ້ຢູ່ອາໃສ
ແສນສຸກອຸຣາ ຫາໃສ ມາທຽບໄດ້
ຈະໄປເໜືອໄປໃຕ້ ແສນຊື່ນສຸກໃຈ ຢູ່ໃນບ້ານເຮົາ
II-ໄປຢູ່ຕ່າງແດນ ເຂດແຄ້ນດີນແດນປະເທດອື່ນ
ຫົວໃຈແສນສະອື້ນ ວັນຄືນມີແຕ່ ງຽບເຫົງາ
ແສນສະບາຍກາຍ ແຕ່ໃຈຍັງມີຄວາມເສົ້າ
ນັບແຕ່ວັນຈາກເຈົ້າ ຄວາມເສົ້າບໍ່ເຄີຍຈາກລາ
R- ເມືອງລາວດີນແດນ ທີ່ໃຫ້ຂ້າເກີດ
ປິຕຸພູມກຳເນີດ ກວ້າງໃຫ່ຍມີຊື່ລືຊາ
ເມື່ອຈຳຈາກໜີ ຫຼາຍປີນ້ຳຕານອງໜ້າ
ຢາກຈະຫວນກັບມາ ພັດທະນາສ້າງສາບ້ານເຮົາ
III-ເມືອງລາວດີນແດນ ທີ່ຂ້າເຕີບໃຫ່ຍ
ເຖີງຢູ່ແດນໃດ ກ໌ບໍ່ຂ໌ໃລລືມເຈົ້າ
ຂ້າຂ໌ວອນໃຫ້ວ ເທບໃທ້ແລະເທບພະເຈົ້າ
ໂປດຈົ່ງໄດ້ປັດເປົ່າ ເອົາໂພຍໃພລີໜີຈາກແດນລາວ
ນອ້ງບໍ່ມີບຸນ
ແຕ່ງໂດຍ = ຂ.ບຸດວິເສດ
I-ນອ້ງບໍ່ມີບຸນ ຈະຢູ່ຮວ່ມອ້າຍ
ນອ້ງຄົນໂຊກຮ້າຍ ໄດ້ຜົວກະລອ້ນ
ນອ້ງຂ໌ຈຳລາ ໜີໃກໄປກອ່ນ
ບໍ່ຢາກເຫັນຕອ່ນ ອ້າຍມີໃໜ່ແທນ
II-ນອ້ງເຖົ້າແກ່ລົງ ຕອ້ງປົງໃຫ້ໄດ້
ເພາະອ້າຍຫຼົງໃຫຼ ນຳສາວເນຶ້ອແໜ້ນ
ນອ້ງບໍ່ມີສີດ ທີ່ຈະຫວງແຫນ
ທີ່ຈະເຄືອງແຄ້ນ ໃຫ້ອ້າຍເລີກລາ
R-ໂທ້ເອີຍ!ວາສນາ ນອ້ງນີ້ມັນນອ້ຍ
ແສນຈະຕ່ຳຕອ້ຍ ໜ້າເວດທະນາ
ຈະມີຊາຍໃດ ເຫັນໃຈເມດຕາ
ນອ້ງຂ໌ບູຊາ ກາບໃຫ້ວທຸກວັນ
III-ນອ້ງຂ໌ລາກອ່ນ ອ້າຍຈົ່ງໂຊກດີ
ຈາກກັນວັນນີ້ ຄົງບໍ່ພົບກັນ
ນອ້ງບໍ່ເສັຍໃຈ ພຽງອ້າຍສຸກສັນ
ເຮົາມາຈົບເກມຮັກກັນ ຕຼອດຊົ່ວນິລີລັນດອນ
No comments:
Post a Comment