Tuesday, December 4, 2012

ເພັງລາວ

ເພັງຕໍ່ໃປນີ້ແມ່ນ ເພັງໃໜ່

ອວ່ຍພອນວຽງຈັນ 450 ປີ


ແຕ່ງໂດຍ = ຂ.ບຸດວິເສດ


I- ວຽງຈັນວັນນີ້         ເປັນວັນເກີດເຈົ້າ
ປະຊາທຸກເຜົ່າ         ມາເຕົ້າເພື່ອຮ່ວມອວ່ຍໃຊ
ຂ໌ວຽງສຸກຂີ         ຢ່າມີໂພຍໃພມາໃກ້
ສັດຕູຫມູ່ມານໃດໆ         ຂ໌ຈົ່ງຫ່າງໃກ ໄປຈາກວຽງຈັນ

II-ປະຊາຂ໌ເທີດທູນ         ພະເຈົ້າໃຊຍະເສດຖາທິລາດ
ອົງປີຼຊາສາມາດ         ນຳລາວທັງຊາດ ສ້າງຕັ້ງວຽງຈັນ
ເຮົາລູກລາວຫຼານລາວ         ຂ໌ໂຮມແຮງກັນ
ຂະຫຍັນບຸກບັນ         ຈະສ້າງສາວຽງຈັນໃຫ້ຮຸ່ງເຮືອງສີວິໃລ

R- ວຽງຈັນຂ໌ຈົ່ງ         ຍືນຍົງຄູ່ຟ້າ
ວັນນີ້ປະຊາທົ່ວໜ້າ         ມາລອ້ມເພື່ອພອ້ມອວ່ຍໃຊ
ຂ໌ໃຫ້ວຽງໂຊກດີ         ຢ່າມີສັດຕູມາໃກ້
ປະຊາມາເຄົາຣົບນົບໃຫ້ວ         ໃນວັນຄົບຮອບ 450 ປີ

III-ຂ໌ຈົ່ງຢູ່ສຸກຂີ         ນະຄອນຫຼວງວຽງຈັນຂອງລາວ
ຂ໌ໃຫ້ວຽງຈັນກ້າວ         ເປັນເມືອງເອກອຸດົມຮັ່ງມີ
ພຽບພອ້ມໄປດວ້ຍນ້ຳໃຈ         ແລະຂະນົບທຳນຽມປະເພນີ
ຕາບຊົ່ວຊີວິດນີ້         ຂ້າຂ໌ມອບໃຫ້ແຕ່ນະຄອນຫຼວງວຽງຈັນ


ຄິດເຖີງເມືອງລາວ


ແຕ່ງໂດຍ = ຂ.ບຸດວິເສດ


I-ຄິດເຖີງເມືອງລາວ          ຫົວໃຈປວດລ້າວ
ຄິດເຖີງຕ່ອນຄັ້ງຄາວ           ເຮົາເຄີຍໄດ້ຢູ່ອາໃສ
ແສນສຸກອຸຣາ           ຫາໃສ ມາທຽບໄດ້
ຈະໄປເໜືອໄປໃຕ້           ແສນຊື່ນສຸກໃຈ ຢູ່ໃນບ້ານເຮົາ

II-ໄປຢູ່ຕ່າງແດນ           ເຂດແຄ້ນດີນແດນປະເທດອື່ນ
ຫົວໃຈແສນສະອື້ນ           ວັນຄືນມີແຕ່ ງຽບເຫົງາ
ແສນສະບາຍກາຍ           ແຕ່ໃຈຍັງມີຄວາມເສົ້າ
ນັບແຕ່ວັນຈາກເຈົ້າ           ຄວາມເສົ້າບໍ່ເຄີຍຈາກລາ

R- ເມືອງລາວດີນແດນ         ທີ່ໃຫ້ຂ້າເກີດ
ປິຕຸພູມກຳເນີດ         ກວ້າງໃຫ່ຍມີຊື່ລືຊາ
ເມື່ອຈຳຈາກໜີ         ຫຼາຍປີນ້ຳຕານອງໜ້າ
ຢາກຈະຫວນກັບມາ         ພັດທະນາສ້າງສາບ້ານເຮົາ

III-ເມືອງລາວດີນແດນ         ທີ່ຂ້າເຕີບໃຫ່ຍ
ເຖີງຢູ່ແດນໃດ         ກ໌ບໍ່ຂ໌ໃລລືມເຈົ້າ
ຂ້າຂ໌ວອນໃຫ້ວ         ເທບໃທ້ແລະເທບພະເຈົ້າ
ໂປດຈົ່ງໄດ້ປັດເປົ່າ         ເອົາໂພຍໃພລີໜີຈາກແດນລາວ



ນອ້ງບໍ່ມີບຸນ


ແຕ່ງໂດຍ = ຂ.ບຸດວິເສດ


I-ນອ້ງບໍ່ມີບຸນ         ຈະຢູ່ຮວ່ມອ້າຍ
ນອ້ງຄົນໂຊກຮ້າຍ         ໄດ້ຜົວກະລອ້ນ
ນອ້ງຂ໌ຈຳລາ         ໜີໃກໄປກອ່ນ
ບໍ່ຢາກເຫັນຕອ່ນ         ອ້າຍມີໃໜ່ແທນ

II-ນອ້ງເຖົ້າແກ່ລົງ         ຕອ້ງປົງໃຫ້ໄດ້
ເພາະອ້າຍຫຼົງໃຫຼ         ນຳສາວເນຶ້ອແໜ້ນ
ນອ້ງບໍ່ມີສີດ         ທີ່ຈະຫວງແຫນ
ທີ່ຈະເຄືອງແຄ້ນ         ໃຫ້ອ້າຍເລີກລາ

R-ໂທ້ເອີຍ!ວາສນາ         ນອ້ງນີ້ມັນນອ້ຍ
ແສນຈະຕ່ຳຕອ້ຍ         ໜ້າເວດທະນາ
ຈະມີຊາຍໃດ         ເຫັນໃຈເມດຕາ
ນອ້ງຂ໌ບູຊາ         ກາບໃຫ້ວທຸກວັນ

III-ນອ້ງຂ໌ລາກອ່ນ         ອ້າຍຈົ່ງໂຊກດີ
ຈາກກັນວັນນີ້         ຄົງບໍ່ພົບກັນ
ນອ້ງບໍ່ເສັຍໃຈ         ພຽງອ້າຍສຸກສັນ
ເຮົາມາຈົບເກມຮັກກັນ         ຕຼອດຊົ່ວນິລີລັນດອນ