Tuesday, December 4, 2012

ເພັງລາວ

ເພັງຕໍ່ໃປນີ້ແມ່ນ ເພັງໃໜ່

ອວ່ຍພອນວຽງຈັນ 450 ປີ


ແຕ່ງໂດຍ = ຂ.ບຸດວິເສດ


I- ວຽງຈັນວັນນີ້         ເປັນວັນເກີດເຈົ້າ
ປະຊາທຸກເຜົ່າ         ມາເຕົ້າເພື່ອຮ່ວມອວ່ຍໃຊ
ຂ໌ວຽງສຸກຂີ         ຢ່າມີໂພຍໃພມາໃກ້
ສັດຕູຫມູ່ມານໃດໆ         ຂ໌ຈົ່ງຫ່າງໃກ ໄປຈາກວຽງຈັນ

II-ປະຊາຂ໌ເທີດທູນ         ພະເຈົ້າໃຊຍະເສດຖາທິລາດ
ອົງປີຼຊາສາມາດ         ນຳລາວທັງຊາດ ສ້າງຕັ້ງວຽງຈັນ
ເຮົາລູກລາວຫຼານລາວ         ຂ໌ໂຮມແຮງກັນ
ຂະຫຍັນບຸກບັນ         ຈະສ້າງສາວຽງຈັນໃຫ້ຮຸ່ງເຮືອງສີວິໃລ

R- ວຽງຈັນຂ໌ຈົ່ງ         ຍືນຍົງຄູ່ຟ້າ
ວັນນີ້ປະຊາທົ່ວໜ້າ         ມາລອ້ມເພື່ອພອ້ມອວ່ຍໃຊ
ຂ໌ໃຫ້ວຽງໂຊກດີ         ຢ່າມີສັດຕູມາໃກ້
ປະຊາມາເຄົາຣົບນົບໃຫ້ວ         ໃນວັນຄົບຮອບ 450 ປີ

III-ຂ໌ຈົ່ງຢູ່ສຸກຂີ         ນະຄອນຫຼວງວຽງຈັນຂອງລາວ
ຂ໌ໃຫ້ວຽງຈັນກ້າວ         ເປັນເມືອງເອກອຸດົມຮັ່ງມີ
ພຽບພອ້ມໄປດວ້ຍນ້ຳໃຈ         ແລະຂະນົບທຳນຽມປະເພນີ
ຕາບຊົ່ວຊີວິດນີ້         ຂ້າຂ໌ມອບໃຫ້ແຕ່ນະຄອນຫຼວງວຽງຈັນ


ຄິດເຖີງເມືອງລາວ


ແຕ່ງໂດຍ = ຂ.ບຸດວິເສດ


I-ຄິດເຖີງເມືອງລາວ          ຫົວໃຈປວດລ້າວ
ຄິດເຖີງຕ່ອນຄັ້ງຄາວ           ເຮົາເຄີຍໄດ້ຢູ່ອາໃສ
ແສນສຸກອຸຣາ           ຫາໃສ ມາທຽບໄດ້
ຈະໄປເໜືອໄປໃຕ້           ແສນຊື່ນສຸກໃຈ ຢູ່ໃນບ້ານເຮົາ

II-ໄປຢູ່ຕ່າງແດນ           ເຂດແຄ້ນດີນແດນປະເທດອື່ນ
ຫົວໃຈແສນສະອື້ນ           ວັນຄືນມີແຕ່ ງຽບເຫົງາ
ແສນສະບາຍກາຍ           ແຕ່ໃຈຍັງມີຄວາມເສົ້າ
ນັບແຕ່ວັນຈາກເຈົ້າ           ຄວາມເສົ້າບໍ່ເຄີຍຈາກລາ

R- ເມືອງລາວດີນແດນ         ທີ່ໃຫ້ຂ້າເກີດ
ປິຕຸພູມກຳເນີດ         ກວ້າງໃຫ່ຍມີຊື່ລືຊາ
ເມື່ອຈຳຈາກໜີ         ຫຼາຍປີນ້ຳຕານອງໜ້າ
ຢາກຈະຫວນກັບມາ         ພັດທະນາສ້າງສາບ້ານເຮົາ

III-ເມືອງລາວດີນແດນ         ທີ່ຂ້າເຕີບໃຫ່ຍ
ເຖີງຢູ່ແດນໃດ         ກ໌ບໍ່ຂ໌ໃລລືມເຈົ້າ
ຂ້າຂ໌ວອນໃຫ້ວ         ເທບໃທ້ແລະເທບພະເຈົ້າ
ໂປດຈົ່ງໄດ້ປັດເປົ່າ         ເອົາໂພຍໃພລີໜີຈາກແດນລາວ



ນອ້ງບໍ່ມີບຸນ


ແຕ່ງໂດຍ = ຂ.ບຸດວິເສດ


I-ນອ້ງບໍ່ມີບຸນ         ຈະຢູ່ຮວ່ມອ້າຍ
ນອ້ງຄົນໂຊກຮ້າຍ         ໄດ້ຜົວກະລອ້ນ
ນອ້ງຂ໌ຈຳລາ         ໜີໃກໄປກອ່ນ
ບໍ່ຢາກເຫັນຕອ່ນ         ອ້າຍມີໃໜ່ແທນ

II-ນອ້ງເຖົ້າແກ່ລົງ         ຕອ້ງປົງໃຫ້ໄດ້
ເພາະອ້າຍຫຼົງໃຫຼ         ນຳສາວເນຶ້ອແໜ້ນ
ນອ້ງບໍ່ມີສີດ         ທີ່ຈະຫວງແຫນ
ທີ່ຈະເຄືອງແຄ້ນ         ໃຫ້ອ້າຍເລີກລາ

R-ໂທ້ເອີຍ!ວາສນາ         ນອ້ງນີ້ມັນນອ້ຍ
ແສນຈະຕ່ຳຕອ້ຍ         ໜ້າເວດທະນາ
ຈະມີຊາຍໃດ         ເຫັນໃຈເມດຕາ
ນອ້ງຂ໌ບູຊາ         ກາບໃຫ້ວທຸກວັນ

III-ນອ້ງຂ໌ລາກອ່ນ         ອ້າຍຈົ່ງໂຊກດີ
ຈາກກັນວັນນີ້         ຄົງບໍ່ພົບກັນ
ນອ້ງບໍ່ເສັຍໃຈ         ພຽງອ້າຍສຸກສັນ
ເຮົາມາຈົບເກມຮັກກັນ         ຕຼອດຊົ່ວນິລີລັນດອນ



Thursday, November 29, 2012

ແຈັງການ ເລື້ອງສ້າງຕັ້ງສາມາຄົມ ລາວຊ່ວຍລາວ

ເຖີງ ພີ່ນອ້ງຊາວລາວ ທີ່ລັດວິກຕ໌ເຣັຍ ທິ່ນັບຖື ແລະ ຮັກແພງ ທຸກໆທ່ານ,

ພວກຂ້າພະເຈົ້າ ຄະນະກຳມະການຊົ່ວຄາວ ເພື່ອສ້າງຕັ້ງ ສາມາຄົມລາວຊວ່ຍລາວ ໃນລັດວິກຕ໌ເຣັຍ ມີຄວາມຍິນດີ ຂ໌ແຈ້ງຂ່າວດີ ໃຫ້ພີ່ນອ້ງຊາວລາວທຸກໆທ່ານຊາບວ່າ.

ຫຼັງຈາກມີການປະຊຸມ ສືກສາຄົ້ນຄວ້າແລະພົບປະໂອ້ໂລມ ຄັ້ງແລ້ວຄັ້ງເຫຼົ່າ ເປັນເວລາຍາວນານ ກຽ່ວກັບ ຊາຕາກັມ ຂອງພີ່ນອ້ງລາວພວກເຮົາ ໃນລັດວິກຕ໌ເຣັຍ ກັບຜູ້ອາວຸດໂສ, ປັນຍາຊົນ, ຊາວໜຸ່ມ, ນັກຮຽນນັກສືກສາ, ພໍ່ແມ່ອາ້ຍເອື້ອຍນອ້ງ ແລະ ປ້າລູງ. ທຸກໆຄົນຕ່າງກໍ່ມີຄວາມວິຕົກກັງວົນ ນອ້ຍເນື້ອ ຕຳ່ໃຈ ເປັນຫວ່ງເປັນໃຍ ນຳຊາຕາກັມ ຂອງສັງຄົມລາວເຮົາ ທີ່ນັບມື້ນັບຊຸກໂຊມລົງທຸກວັນ.

ດັ່ງນັ້ນ ເພື່ອຕອບສນອງຕາມຄວາມປະສົງຂອງພີ່ນອ້ງລາວໃນລັດວິກຕ໌ເຣັຍ ຄະນະກຳມະການຊົ່ວຄາວ ເພື່ອສ້າງຕັ້ງ ສາມາຄົມລາວຊວ່ຍລາວ ຈື່ງຂ໌ຮຽກຮອ້ງມາຍັງ ພີ່ນອ້ງລາວທຸກຄົນ ຈົ່ງຫັນໜ້າເຂົ້າມາ ຈັບມືຊວ່ຍເຫຼືອຊື່ງກັນແລະກັນ ເພື່ອໃຫ້ສັງຄົມລາວເຮົາ ຍືນຍົງໃປຮອດ ຊົ່ວລູກຊົ່ວຫຼານ ແລະ ເຮັດໃຫ້ ຄຳວ່າລາວ ຍືນຍົງ ແລະ ເທົ່າທຽມກັບທຸກໆປະເທດ ທີ່ຢູ່ໃນປະເທດອົສຕຼາເລັຍ.

Gearing can help build wealth faster. It can be tax-effective and you can repay the loan by using income from your investments. The downside, of course, is that it can enhance your losses if your investments fall in value. For gearing to be successful in the long term, your investments need to generate a total return (income and capital growth) that exceeds the after-tax costs of financing your investment (including interest on the loan). Gearing is considered to be an effective long term strategy because exprience has shown that over the long term, growth based investments can deliver the higher potential returns required. However, investments suitable for gearing are generally more volatile than others, and can also lose value.